ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພົນຕີ ສາຍໃຈ ກົມມະສິດ ຕ້ອນຮັບ ເອກອັກຄະລັດຖະທູດແຫ່ງ ສະຫະພາບເອີຣົບ ປະຈໍາອາຊຽນ


   ໃນວັນທີ 25 ເມສາ 2023 ນີ້, ທີ່ກົມພົວພັນຕ່າງປະເທດ, ທ່ານ ພົນຕີ ສາຍໃຈ ກົມມະສິດ ຫົວຫນ້າຫ້ອວ່າການກະຊວງປ້ອງກັນປະເທດໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ອີກໍ ດີແອັດແມນສ໌(lgorDrieesmans) ເອກອັກຄະລັດຖະທູດແຫ່ງສະ ຫະພາບເອີຣົບ ປະຈໍາອາຊຽນພ້ອມດ້ວຍຄະນະ ໃນໂອກາດ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ.ທ່ານ ພົນຕີ ສາຍໃຈ ກົມມະສິດໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນດ້ວຍໄມຕີຈິດມິດຕະພາບພ້ອມທັກ່າວຊົມເຊີຍ ຕໍ່ ທ່ານ ອີກໍດີແອັດແມນສ໌ ພ້ອມດ້ວຍຄະນະທີ່ເດີນທາງມາ ຢ້ຽມຢາມ ແລະເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ແມ່ນເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການ ເສີມຂະຫຍາຍວຽກງານດ້ານຕ່າງໆ ແລະ ເປັນການຮ່ວມມືໃນຫຼາຍຂົງເຂດວຽກງານ, ພ້ອມທັງກ່າວອວຍພອນໃຫ້ ທ່ານ ອີກໍ ດີແອັດແມນສ໌ພ້ອມຄະນະ ຈົ່ງປະ ສົບຜົນສໍາເລັດໃນການເຮັດວຽກຢູ່ ສປປ ລາວໃນຄັ້ງນີ້ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ. ທ່ານ ອີກໍ ດີແອັດແມນສ໌ ກໍ່ໄດ້ກ່າວສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນສະ ຫນິດສະຫນົມຂອງ ທ່ານ ພົນຕີ ສາຍໃຈ ກົມມະສິດ ພ້ອມທັງແຈ້ງຈຸດປະສົງຂອງການມາຢ້ຽມ ຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ຫົວຫນ້າຫ້ອງວ່າການກະຊວງປ້ອງກັນປະເທດໄດ້ຮັບຊາບ ແລະ ຖືໂອກາດນີ້ ປຶກສາຫາລືວຽກງານກະກຽມກອງປະ ຊຸມລັດ ຖະມົນຕີປ້ອງກັນປະເທດອາຊຽນ (ADMM+) ທີ່ ກອງ ທັບປະຊາຊົນລາວ ຈະເປັນເຈົ້າ ພາບໃນປີ2024.



ແຫຼ່ງທີ່ມາ:ໜັງ​ສື​ພິມກອງ​ທັບ
ວັນທີ 27/04/2023